ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ, ພະນັກງານແລະປັບປຸງກົງຈັກການຈັດຕັ້ງທົ່ວປະເທດ  ປະຈຳປີ2023

ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ, ພະນັກງານແລະປັບປຸງກົງຈັກການຈັດຕັ້ງທົ່ວປະເທດ  ປະຈຳປີ2023
ກອງປະຊຸມສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ,ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງທົ່ວປະເທດປະຈໍາປີ 2023 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ23 ມັງກອນນີ້ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ ຜູ້ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ທັງແມ່ນຫົວໜ້າຄະນະຈັດຕັ້ງແຂວງ, ບັນດາສະຫາຍຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງຂອງກະຊວງ-ອົງການພ້ອມດ້ວຍບັນດາສະຫາຍຕາງໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ກົມຈັດຕັ້ງຂອງກະຊວງ-ອົງການ, ບັນດາສະຫາຍຄະນະພັກ, ຄະນະກົມຂອງຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ
ສະຫາຍ ນາງ ສີໃສ ລືເດດມູນສອນໄດ້ກ່າວວ່າ:ກອງປະຊຸມຈະໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຈັດຕັ້ງກໍ່ສ້າງພັກ,ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນໄລຍະ 1 ປີຜ່ານມາ ເປັນຕົ້ນແມ່ນ: ການເຊື່ອມຊຶມ,ຜັນຂະຫຍາຍ,ການຈັດຕັ້ງປະຕິບັດບັນດາມະຕິ,ຄໍາສັ່ງ ແລະ ຂໍ້ກໍານົດຕ່າງໆ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໃນໄລຍະຜ່ານມາ ຊຶ່ງໃນນັ້ນ,ພວກເຮົາຕ້ອງຊອກໃຫ້ເຫັນໄດ້ທັງຜົນສໍາເລັດ,ບັນຫາຂໍ້ຄົງຄ້າງ,ສາເຫດ ເພື່ອກ້າວໄປເຖິງການກໍານົດທິດທາງໜ້າທີ່ຈຸດສຸມຂອງວຽກງານໃນປີ2024 ແນໃສ່ສືບຕໍ່ກໍ່ສ້າງສະມາຊິກພັກ-ພະນັກງານ ແລະ ກົງຈັກການຈັດຕັ້ງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.ຮັບຟັງການປະກອບຄໍາເຫັນ ຂອງຕາງໜ້າຄະນະຈັດຕັ້ງແຂວງ,ກົມຈັດຕັ້ງຂອງກະຊວງ-ອົງການຈໍານວນໜຶ່ງຕາມຫົວຂໍ້ຕ່າງໆທີ່ໄດ້ມອບໝາຍແລະການປະກອບຄໍາເຫັນຂອງພາກສ່ວນອື່ນກ່ຽວກັບວຽກງານກໍ່ສ້າງພັກ, ພະນັກງານແລະປັບປຸງກົງຈັກການຈັດຕັ້ງຂອງພາກສ່ວນຕົນແລະສະພາບລວມຂອງວຽກງານດັ່ງກ່າວ, ຮັບຟັງການອະທິບາຍເພີ່ມເຕີມໃນບັນຫາທີ່ກອງປະຊຸມຕັ້ງຂຶ້ນຂອງບັນດາທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກແລະຕາງໜ້າກົມວິຊາການຂອງຄະນະຈັດຕັ້ງສູນກາງພັກ, ຮັບຟັງການເຜີຍແຜ່ຄໍາແນະນໍາກ່ຽວກັບການປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງແລະມະຕິວ່າດ້ວຍການຕີລາຄາພະນັກງານ,ຮັບຟັງແລະປະກອບຄໍາເຫັນໃສ່ຮ່າງຄໍາແນະນໍາເພີ່ມເຕີມກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຊຶ່ງຄໍາເຫັນຂອງບັນດາສະຫາຍຈະເປັນຂໍ້ມູນໃຫ້ກົມວິຊາການສືບຕໍ່ນໍາໄປປັບປຸງນິຕິກໍາດັ່ງກ່າວໃຫ້ມີເນື້ອໃນຊັດເຈນກວ່າເກົ່າ, ຮັບປະກັນໃຫ້ຂັ້ນຕອນ, ວິທີການສ້າງແລະປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນມີຄຸນນະພາບ.
ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ເພີ່ມເຕີມ